ລະບົບເບິ່ງແຍງຄົນແລະວຽກຫຼັງບ້ານ ສຳລັບບໍລິສັດລາວ — ທີ່ເຮັດໃຫ້ທຸກຄົນຮູ້ສຶກວ່າວຽກຂອງໂຕເອງມີຄວາມໝາຍ ມີບ່ອນເພິ່ງໄດ້ ແລະເປັນບ່ອນທີ່ຢາກມາ
ເຮົາບໍ່ໄດ້ສົນໃຈພຽງແຕ່ວ່າ 'ວຽກແລ້ວບໍ' ແຕ່ 'ມື້ນີ້ທຸກຄົນໄຫວບໍ'
ມັນຄອຍສັງເກດແທນເຈົ້າ
ໃຜເລີ່ມເໜື່ອຍ ໃຜຕັ້ງໃຈແຕ່ຍັງບໍ່ມີໃຜເຫັນ ໃຜກຳລັງຈະຫຼຸດມື — ລະບົບເຫັນກ່ອນ ຕັ້ງແຕ່ຍັງບໍ່ທັນຊ້າ
ລົງເວລາ · ພາລະວຽກ · ຮູບແບບການເຮັດວຽກທີ່ປ່ຽນໄປ
ບ່ອນທີ່ທຸກຄົນເຫັນຄຸນຄ່າຂອງໂຕເອງ
ພະນັກງານເຫັນເງິນຂອງໂຕເອງ ເຫັນວຽກຂອງໂຕເອງ ເຫັນວ່າໂຕເອງສຳຄັນ ໂດຍບໍ່ຕ້ອງໄປຖາມໃຜ ເປັນບ່ອນທີ່ຢາກມາເຮັດວຽກ ບໍ່ແມ່ນບ່ອນທີ່ຈຳໃຈຕ້ອງມາ
ເງິນເດືອນແລະສະລິບ · ວຽກມື້ນີ້ · ຂໍອະນຸມັດແລະລາພັກ · ແຕ້ມແລະລາງວັນ
ແລະເຈົ້າ ກໍ່ບໍ່ຕ້ອງແບກຄົນດຽວ
ເຈົ້າຂອງບໍ່ຕ້ອງເລືອກລະຫວ່າງ 'ເບິ່ງແຍງຄົນ' ກັບ 'ຄຸມທຸລະກິດໃຫ້ຢູ່' — LOO Workplace ແບກທັງສອງຢ່າງ ໃຫ້ເຈົ້າພິງໄດ້
ເຫັນທັງບໍລິສັດໃນ 1 ຈໍ — ເງິນ ຄົນ ວຽກ ແບບສົດ · ອະນຸມັດ · ສະຫຼຸບດ້ວຍ AI
“ເຮົາໃຊ້ກັບທີມຂອງເຮົາເອງກ່ອນ — ທຸກມື້”
VARI · ທີມນ້ຳດື່ມແລະສົ່ງເຄື່ອງທີ່ລາວ